ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດ​ເວທີ​ປາ​ໄສ​ເສດຖະກິດ​ຕາເວັນ​ອອກຄັ້ງ​ທີ 8 ທີ່ ສ ຣັດ​ເຊຍ


     ໜັງສືພິມ​ກອງທັບ​ຫວຽດນາມ ລາຍ​ງານ​ວັນ​ທີ​ 10 ກັນຍາ, ໄດ້​ເປີດ​ເວທີ​ປາ​ໄສ​ເສດຖະກິດ​ສາກົນ​ຕາເວັນ​ອອກ ຄັ້ງ​ທີ 8 (EEF 2023) ໄດ້​ໄຂ​ຂຶ້ນ​
ຢູ່​ມະຫາວິທະຍາໄລ​ລັດຖະບານ​ກາງ​ຕາເວັນ​ອອກ​ໄກ ເທິງ​ເກາະຣັສ​ກີ (Russky) ຢູ່​ນະຄອນ​ວະ​ລາ​ດີ​ໂວ​​ສ​ຕັອບ Vladivostok, ສະຫະພັນ​ຣັດ​ເຊຍ.
ເວທີ​ປາ​ໄສ​ຈະ​ດຳເນີນ​ໄປ​ຮອດ​ວັນ​ທີ 13 ກັນຍາ, ໂດຍ​ມີ​ຄະນະ​ຜູ້​ແທນ​ປະມານ 7.000 ຄົນ, ໃນ​ນັ້ນ ມີ​ທ່ານ ຈາງ ກົວ​ຊິງ (Zhang Guoqing) ຮອງ
​ນາຍົກລັດຖະມົນຕີ​ຈີນ, ຄະນະ​ຜູ້​ແທນ​ຫວຽດນາມ ນຳ​ໂດຍ​ທ່ານ ໂດ້​ແທ່ງ​ຈູງ ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ແລະ ການ​ລົງທຶນຕະຫຼອດ​ຮອດ​ຜູ້​ທີ່​
ກ່ຽວຂ້ອງ​ທົ່ວ​ໂລກ​ເຂົ້າ​ຮ່ວມ.

     ທ່ານ ວະ​ລາ​ດິ​ເມຍ ປູ​ຕິນ ປະທານາທິບໍດີ​ສະຫະພັນ ​ຣັດ​ເຊຍ ໄດ້​ສົ່ງ​ຈົດໝາຍ​ສະແດງ​ຄວາມ​ຊົມເຊີຍໄປ​ຍັງ​ເວທີ​ປາ​ໄສ​ວ່າ: ນີ້​ແມ່ນ​ເວທີ​ປາ​ໄສ​ທີ່​ມີ​
ອິດ​ທິ​ພົນ​ຊື່​ສຽງ​ສາກົນ​ສູງ ແລະ ສ້າງ​ກາລະ​ໂອກາດ​ສຳຄັນ​ໃຫ້​ນັກທຸລະກິດ, ນັກ​ການເມືອງ, ບຸກຄົນ​ສາທາລະນະ ແລະ ນັກ​ຊ່ຽວຊານ​ທີ່​ມາ​ຈາກ​ທົ່ວ​ໂລກ
​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ​ໂດຍ​ກົງ. ຫົວຂໍ້​ຂອງ​ເວທີ​ປາ​ໄສ​ປີ​ນີ້​ແມ່ນ “ເສັ້ນທາງ​ໄປ​ສູ່​ການ​ພົວພັນ​ຄູ່​ຮ່ວມ​ມື, ສັນຕິພາບ ແລະ ວັດທະນາ​ຖາວອນ” ໄດ້​
ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ປາຖະໜາ​ຂອງ ​ຣັດ​ເຊຍ ໃນ​ການ​ສ້າງ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະເທດ​ທີ່​ມີ​ຄວາມ​ສົນໃຈ.

     ສິ່ງ​ດັ່ງກ່າວ, ຍັງ​ສະແດງ​ໃຫ້​ເຫັນ​ວ່າ: ສະຫະພັນ​ຣັດ​ເຊຍ ພ້ອມ​ເປີດ​ອົກ​ເປີດ​ໃຈ​ໃນ​ການ​ເຈລະຈາ​ຮອບດ້ານ​ກ່ຽວ​ກັບ​ບັນດາ​ບັນຫາ​ຮີບ​ດ່ວນ​ຂອງ​ພາກ​
ພື້ນ ແລະ ມີ​ຈຸດປະສົງ ຕັ້ງໜ້າ​ສືບຕໍ່​ເຂົ້າ​ຮ່ວມ​ຄວາມ​ພະຍາຍາມ​ ເພື່ອ​ບຳລຸງ​ສ້າງ, ຫຼໍ່ລ້ຽງ​ການ​ພົວພັນ​ລະຫວ່າງ​ບັນດາ​ປະເທດ​ໃນ​ພາກ​ພື້ນ​ອາຊີ-ປາ​ຊີ​ຟິກ
ແລະ ປະກອບສ່ວນ​ເຂົ້າ​ໃນ​ລະບົບ​ບົນ​ພື້ນຖານ​ຄວາມ​ສະເໝີພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ ແລະ ເຄົາຮົບ, ເພື່ອ​ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ທຸກ​
ຄົນ. ການ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ​ຄົບ​ຄະນະ, ກອງ​ປະຊຸມ​ປຶກສາ​ຫາລື  ແລະ ກອງ​ປະຊຸມ​ໂຕະມົນ​ກ່ຽວ​ກັບ​ຫົວ​ເລື່ອງ​ສະເພາະ​ຂອງ​ເວທີ​ປາ​ໄສ​ຈະ​ສຸມ
​ໃສ່​ແງ່​ຫວັງ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ, ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ, ກຳນົດ​ວິທີ​ສ້າງ​ລະບົບ​ຕ່ອງ​ໂສ້​ການ​ຜະລິດ ແລະ​ ພະລາ
ທິການ​ແບບ​ໃໝ່​ທີ່​ມີ​ປະ​ສິດທິ​ຜົນ​ສູງ, ຫັນ​ລະບົບ​ຄົມມະນາຄົມ ແລະ ພະລັງງານ​ເປັນ​ທັນ​ສະໄໝ, ພ້ອມ​ທັງ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ
ແລະ ສິ່ງແວດລ້ອມ​ໃນ​ພາກ​ພື້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/09/2023